26 / 3 / 2018 ຜູ້ອຳນວຍການໂຮງຮຽນ ມອບຂອງຂວັນ ໃຫ້ແກ່ ຄູເຝິກ ແລະ ນ້ອງນັກຮຽນ ທີ່ເສັງນັກຮຽນເກັ່ງ ຍາດໄດ້ອັນດັບທີ 1 ຂອງແຂວງ
วันอังคารที่ 27 มีนาคม พ.ศ. 2561
วันอาทิตย์ที่ 25 มีนาคม พ.ศ. 2561
วันเสาร์ที่ 24 มีนาคม พ.ศ. 2561
วันศุกร์ที่ 23 มีนาคม พ.ศ. 2561
ຫົວບົດຄວ້າສຳລັບນັກຮຽນເກັ່ງລະດັບຊາດ ພາກທິດສະດີ
ອະທິບາຍປະກົດການທາງເຄມີ
1 ເມືອ່ລະລາຍອາຍ Cl2 ລົງໃນນ້ຳແລ້ວໃດ້ຮັບນຳ້Cl ມີສີເຫລືອງອອ່ນ. ໃນນັ້ນສວນຫນື່ງຂອງ Cl ໃດ້ກະທົບກັບນຳ້.
ຖາມວ່າສວ່ນປະກອບຂອງນຳ້ Cl ປະກອບມີຫຍັງແນ່
ຕອບ; ເມືອລະລາຍລົງໃນນຳ້ ,
ສວ່ນຫນື່ງຂອງ Cl ຈະຄອ່ຍໆກະທົບກັບນຳ້ ຕາມ
ປະຕິກິລິຍາໃປກັບ
ນຳ້ Cl ປະກອນມີ : Cl2 ,HCl,HClO,H2O
້
Cl2 + H2O = HCl + HClO
2 ໃນຫອ້ງົດລອງເພີ່ນປຸ່ງແຕ່ງອາຍ
Cl ດວ້ຍວິທີຍູ້ອາກາດເປັນຈື່ງບໍ່ໃຊ້ວິຍູ້ນຳ້(
ຄືການຜະລິດຮີໂດແຊນ)
ຕອບ: ຍອ້ນ Cl2 ລະລາຍໃນນຳ້ ແລະ
ອີກສວ່ນຫນື່ງກະທົບກັບນຳ້:
Cl2 + H2O = HCl + HClO
ສະນັ້ນຈື່ງບໍ່ຄວນເກັບອາຍ Cl ດວ້ຍວິທີຍູ້ນຳ້ຄືກັບຮີໂດແຊນ.
ດວ້ຍເຫດນັ້ນໃນຫອ້ງທົດລອງເພີ່ນຈື່ງເກັບອາຍ Cl ດວ້ຍວີທີຍູ້ອາກາດ(ໄລ່ອາກາດ)ເພາະອາຍClຫນັກເກືອບ2,5ເທົ່າຂອງອາກາດ
3 ຈົ່ງອະທິບາຍເປັນຫຍັງໃນຫອ້ງທົດເພີ່ນຈື່ງໃຊ້ກວດທີ່ເຮັດດວ້ຍຢາງບັນຈຸທາດລະລາຍອາຊິດHF
ແລ້ວເປັນຫຍັງເພີ່ນຈຶ່ງບໍ່ໃຊ້ກວດແກ້ວຄືກັບທາດລະລາຍອ່ຊີດອື່ນ
ຕອບ: ຍອ້ນ ອາຊິດHFສາມາລະລາຍSiO2 , ແລະ
SiO2ເປັນສວ່ນປະກອບຫລັກຂອງແກ້ວ,ເຄືອ່ງປັ້ນດີນເຜົາ
SiO2 + HF = SiF4 + H2O
ບົດເລກ
4 ໃຫ້ 0,15 mol MnO2 ປະຕິກິລິຍາຫມົດ ກັບ HCl
ເຂັ້ມ ແລ້ວໃດ້ຮັບ V ລິດ ອາຍກໍ,ຈາກນັ້ນໃຫ້ V
ລິດອາຍClປະຕິກິລິຍາກັນ0,5ລິດທາດລະລາຍNaOH a (mol/l)ແລ້ວປະຕິກິລິຍາພໍດີ
ຈົ່ງຊອກຫາຄ່າຂອງ a
ມາແລ້ວເດີ ຜົນການສອບເສັງນັກຮຽນເກັ່ງແຂວງອຸດົມໄຊສົກ2017-2018
ປະກາດຜົນການແຂ່ງຂັນສອບເສັງນັກຮຽນເກັ່ງ ຊັ້ນມັດທະຍົມ ມ4 ແລະ ມ7 ທົ່ວແຂວງອຸດົມໄຊ ໄດ້ຈັດຂື້ນໃນວັນທີ 23 ມີນາ 2018 ນີ້
ມາໃນຕອນເຊົ້າວັນທີ 23 ມີນາ 2018 ໄດ້ມີພິທີສະຫຼຸບ ແລະ ປະກາດຜົນຂອງການສອບເສັງ ໃຫ້ຮູ້ວ່າ
ຊັ້ນ ມ4 ມີຕົວແທນນັກຮຽນເກັ່ງຈາກແຕ່ລະເມືອງເຂົ້າສອບເສັງທັງໝົດ 31 ຄົນ, ຍິງ 12 ຄົນ; ຜ່ານການສອບເສັງຜົນປາກົດວ່າ ປະເພດທີ 1
- ວິຊາ ພາສາລາວ-ວັນະຄະດີ ແມ່ນ ນາງ ມະນິດາ ມະນີຄຳ ມາຈາກ ໂຮງຮຽນ ມສ ແຂວງ, ທີ 2 ນາງ ຢາດີຊົງ ຈືວາໄຊກີ ມາຈາກ ໂຮງຮຽນ ມສ ເມືອງຮຸນ, ສ່ວນທີ 3 ບໍ່ມີ ເນື່ອງຈາກຄະແນນບໍ່ເຖິງຄາດໝາຍ.
- ວິຊາຄະນິດສາດ ປະເພດທີ 1 ແມ່ນ ທ້າວ ເນດສຸທິນ ເພັດປັນຍາ ໂຮງຮຽນ ມສ ແຂວງ, ທີ 2 ແລະ ທີ 3 ບໍ່ມີ ເນື່ອງຈາກຄະແນນບໍ່ເຖິງຄາດໝາຍ.
- ວິຊາ ຟີຊິກສາດ ທີ1 ແມ່ນ ນ ມຸກດາ ດາສະວົງ ໂຮງຮຽນ ມສ ແຂວງ, ທີ 2 ທ ເຕັງ ຊົງ ໂຮງຮຽນ ມສ ເມືອງຮຸນ, ສ່ວນທີ 3 ທ ເກັງ ທິດປາຊືວຶ ໂຮງຮຽນ ມສ ຊົນເຜົ່າ.
- ວິຊາ ເຄມີສາດ ທີ 1 ແມ່ນ ທ້າວ ວິງກວາງ ຫງວຽນ ໂຮງຮຽນ ມສ ແຂວງ, ທີ 2 ທ້າວ ບຸນສີ ເຮີ ໂຮງຮຽນ ມສ ເມືອງຮຸນ, ທີ 3 ທ້າວ ຄຳມຶງ ຮືມົ້ງກາຄຳ ໂຮງຮຽນ ມຍ ນາຄົກເມືອງງາ.
ແຂວງອຸດົມໄຊ ໄດ້ຕົວແທນນັກຮຽນເກັ່ງ ມ4 ແລະ ມ7 ເພື່ອໄປແຂ່ງຂັນລະດັບຊາດໃນທ້າຍເດືອນ ເມສາ ນີ້.
ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໄດ້ຈັດຕັ້ງການສອບ ເສັງເພື່ອຄັດເລືອກເອົາຕົວແທນນັກຮຽນເກັ່ງ ລະດັບແຂວງຂໃນລະຫວ່າງວັນທີ 22-23 ມີນາ 2018 ເປັນປະທ່ານໂດຍ ທ່ານ ພວງວິໄລ ອິນທະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ເຂົ້າຮ່ວມ ມີ ທ່ານ ນາງ ນີວັນ ໄຊຍະສິດ ຫົວໜ້າຂະແໜງມັດທະຍົມ, ພ້ອມດ້ວຍຄູອາຈານຜູ້ນຳພາ ແລະ ຕົວແທນນັກຮຽນເກັ່ງແຕ່ລະເມືອງເຂົ້າຮ່ວມ.
ຈຸດປະສົງ ເພື່ອສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກດ້ານຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ຫົວ ຄິດປະດິດສ້າງຂອງຕົນເອງ, ເປັນການຄັດເລືອກ ແລະ ສົ່ງເສີມຕົວແທນນັກຮຽນເກັ່ງທີ່ສອບເສັງໄດ້ອັນດັບ 1 ລະດັບແຂວງ ໄດ້ການເຂົ້າຮ່ວມການສອບເສັງແຂ່ງຂັນລະດັບຊາດ ແລະ ສຳລັບຊັ້ນ ມ4 ຈະໄດ້ເຂົ້າຮຽນຕໍ່ ຂັ້ນ ມ.5 (ຫ້ອງພອນສະຫວັນ), ສົ່ງເສີມຂະບວນການ ສອນດີ-ຮຽນເກັ່ງ ຢູ່ບັນດາໂຮງຮຽນມັດທະຍົມສຶກສາໃນທົ່ວແຂວງ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີລັກສະນະແຂ່ງຂັນກັນ ທັງເປັນການປັບປຸງຄຸນນະພາບ ການຮຽນ-ການສອນ ໃຫ້ດີຂຶ້ນເທື່ອລະກ້າວ.
ເຊິ່ງໃນຕອນເຊົ້າ ວັນທີ 22 ມີນາ 2018 ພາຍຫຼັງທ່ານປະທານ, ຄະນະຮັບຜິດຊອບຊີ້ນໍາລວມການສອບເສັງ ໄດ້ກ່າວເປີດພິທີຢ່າງເປັນທາງການແລ້ວ, ການສອບເສັງຄັດເລືອກຕົວແທນນັກຮຽນເກັ່ງຊັ້ນມັດທະຍົມສຶກສາກໍໄດ້ເລີ່ມຂຶ້ນ; ສ່ວນໃນຕອນແລງກໍໄດ້ຈັດກອງປະຊຸມຮ່ວມກັນ ລະຫວ່າງ ຄະນະຮັບຜິດຊອບຈັດການສອບເສັງ ກັບ ຜູ້ນຳພາຈາກເມືອງ ເພື່ອຖອດຖອນບົດຮຽນ ກ່ຽວກັບ ເນື້ອໃນ, ຮູບແບບ, ວິທີການ ສຳລັບການສອບເສັງຄັດເລືອກນັກຮຽນເກັ່ງ ລະດັບເມືອງ ແລະ ລະດັບແຂວງ, ສ່ວນອະນຸກຳມະການກວດບົດໄດ້ດຳເນີນການກວດບົດສອບເສັງ ເຊິ່ງແຕ່ລະວິຊາໄດ້ໃຊ້ກຳມະການ 2 ທ່ານ ໃນນັ້ນຄະນະຮັບຜິດຊອບການສອບເສັງໄດ້ຕິດຕາມ ແລະ ຊີ້ນຳຢ່າງໃກ້ສິດ.

ສ່ວນການສອບເສັງນັກຮຽນເກັ່ງຊັ້ນ ມ7 ມີຕົວແທນນັກຮຽນເກັ່ງຈາກແຕ່ລະເມືອງເຂົ້າສອບເສັງທັງໝົດ 32 ຄົນ, ຍິງ 9 ຄົນ, ຜ່ານການສອບເສັງຜົນປາກົດວ່າ
- ວິຊາ ພາສາລາວ-ວັນະຄະດີ ທີ 1 ແມ່ນ ນາງ ກູ້ ຊາວມົ້ງວຶ ມາຈາກ ໂຮງຮຽນ ມສ ແຂວງ, ທີ 2 ແລະ ທີ 3 ບໍ່ມີ ເນື່ອງຈາກຄະແນນບໍ່ເຖິງຄາດໝາຍ.
- ສ່ວນວິຊາ ຄະນິດສາດ ທີ 1 ແມ່ນ ທ ອິນທະໄຊ ໄຊຍະຮອງ ໂຮງຮຽນ ມສແຂວງ, ທີ 2 ທ ພາ ເສັງມົ້ງຈາງ ໂຮງຮຽນ ມສ ແຂວງ, ທີ 3 ບໍ່ມີ ເນື່ອງຈາກຄະແນນບໍ່ເຖິງຄາດໝາຍ.
- ວິຊາ ຟີຊິກສາດ ທີ 1 ແມ່ນ ທ້າວ ຈັນບຸນມີ ຈູຮືວາ ມາຈາກ ໂຮງຮຽນ ມສ ເມືອງຮຸນ, ທີ 2 ທ້າວ ຢາ ວ້າ ໂຮງຮຽນ ມສ ເມືອງໄຊ, ທີ 3 ບໍ່ມີ ເນື່ອງຈາກຄະແນນບໍ່ເຖິງຄາດໝາຍ.
- ວິຊາ ເຄມີສາດ ທີ 1 ແມ່ນ ທ ກັນຍາ ຢາງຈົວລົງ ໂຮງຮຽນ ມສ ແຂວງ, ທີ 2 ແມ່ນ ທ ຕົງລີ ໂຮງຮຽນ ມສ ເມືອງຮຸນ ແລະ ທີ 3 ແມ່ນ ທ ເຈເນັງຊົງ ໂຮງຮຽນ ມສ ເມືອງແບງ. (ປີນີ້ໂຮງຮຽນ ມສ ແຂວງມາແຮງເດັ່ນກວ່າໝູ່ ຊົມເຊີຍ ).
ນັກສອບເສັງທຸກນ້ອງເຖິງວ່າການສອບເສັງ ໄດ້ຜ່ານໄປແລ້ວກໍ່ຕາມ ສິ່ງສຳຄັນທຸກຄົນ ຕ້ອງສືບຕໍ່ຄົ້ນ ຄວ້າສຶກສາຮ່ຳຮຽນຕື່ມອີກ ເພື່ອກຽມພ້ອມການສອບເສັງຈົບຊັ້ນ ມ.4 ແລະ ມ.7 ໃນເດືອນມິຖຸນາ ທີ່ຈະມາເຖິງນີ້; ສຳລັບຜູ້ທີ່ໄດ້ຊະນະເລີດໃນການສອບເສັງຄັ້ງນີ້ ໃຫ້ສືບຕໍ່ບຳລຸງເພີ່ມ ແລະ ຄົ້ນຄວ້າຮ່ຳຮຽນຕື່ມອີກ ເພື່ອກຽມຄວາມພ້ອມເຂົ້າຮ່ວມການສອບເສັງແຂ່ງຂັນລະດັບຊາດ ທີ່ຈະໄດ້ຈັດຂຶ້ນໃນທ້າຍເດືອນ ເມສາ 2018 ທີ່ມະ ຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ.

ຕົວແທນນັກຮຽນເກັ່ງວິຊາເຄມີສາດຂັ້ນມໍ 7 ແຂວງອຸດົມໄຊ ສົກ 2017-2018
ຕົວແທນນັກຮຽນເກັ່ງວິຊາເຄມີສາດຂັ້ນມໍ 7 ແຂວງອຸດົມໄຊ ສົກ 2017-2018
ສະບາຍດີອ້າຍເອື້ຍນອ້ງຫມົດທຸກຄົນມື້ນີ້ແອັດມີນັກຮຽນເກັ່ງແຂວງອຸດົມໄຊມາແນະນຳໃຫ້ທຸກຄົນຮູ້ຈັກເຊີ່ງມີລາຍລະອຽດລຸ່ມນີ້:
ຊື່ແລະນາມສະກຸນ: ທ້າວກັນຍາ ຢາງຈົວລົງ
ວັນ ເດືອນ ປີເກີດ : ວັນທີ 07/03/1999
ບ້ານເກີດ: ພູຂຽວ
ເມືອງ : ໄຊ
ແຂວງ : ອຸດົມໄຊ
ໂຮງຮຽນ ; ໂຮງຮຽນ ມສ ເທດສະບານແຂວງອຸດົມໄຊ
ຄວາມຝັນ : ຢາກຮຽນແພດສາດ ຫລື ສະຖາປັດ
ສະຖານະ : ໂສດ
ນິໃສ: ເປັນຄົນອາດທະຍາໃສດີ
FB: กัน ครับ
ສຳລັບຜົນການຮຽນຂອງນອ້ງທີ່ຜ່ານມາກໍ່ຖືວ່າຢູ່ໃນເກດດີພໍໄຊ້ ວິຊາຮຽນທີ່ມັກຄືວິຊາເຄມີສາດແລະຄະນິດສາດ. ຄາວຮຽນມໍ4 ນອ້ງເຄີຍໃດ້ເຂົ້າຮວ່ມການສອບເສັງນັກຮຽນເກັ່ງຂັ້ນໂຮງຮຽນ ຂັ້ນເມືອງ ຂັ້ນແຂວງ ແຕ່ຫນ້າເສຍດາຍທີ່ຂັ້ນແຂວງສາມາດຍາດໃດ້ພງຽອັນດັບທີ2 ແລະບໍ່ສາມາດໃປເສັງຕໍ່ໃນຂັ້ນລະດັບປະເທດ. ຈາກຄວາມຜິດພາດໃນມື້ນັ້ນເປັນຕົ້ນມາເຮັດໄຫ້ນອ້ງມີກຳລັງໃຈໃນການຊອກຮູ້ຮຳ່ຮຽນຫລາຍຂື້ນເປັນຕົ້ນແມ່ນ: ຮຽນນຳຫມູ່ເພື່ອນ ຄູອາຈານ ແລະ ຕາມສື່ອອນລາຍ ( FB, Youtube, Google...) ຈິ່ງເຮັດໄຫ້ນອ້ງປະສົບຜົນສຳເລັດໃນມື້ນີ້ ແລະສຸດທ້າຍເອງຍັງໄດ້ຟາກຄຳ ຂໍຂອບໃຈເຖີງຄູອາຈານທຸກທ່ານທີ່ໂຮງຮຽນ ມສ ເທດສະບານແຂວງອຸດົມໃຊ
ແລະທີ່ສຳຄັນແອັດຂໍບອກເລີຍວ່າບໍ່ພງຽແຕ່ຮຽນເກັ່ງແຖມຍັງ ຫລໍ່ ຫນ້າຕາດີພອ້ມ 😍😍😍😍😍
ຜົນງານທີ່ຜ່ານມາ
วันพฤหัสบดีที่ 22 มีนาคม พ.ศ. 2561
ສາລະວັນ ສຳເລັດການສອບເສັງນັກຮຽນເກັ່ງ
ຊັ້ນປະຖົມສຶກສາ, ມັດທະຍົມຕອນຕົ້ນ ແລະ ຕອນປາຍ
ໃນຕອນເຊົ້າວັນທີ 16 ມີນາ ຜ່ານມານີ້ ພະແນກສຶກສາທິການ ແລະ ກິລາແຂວງ ສາລະວັນໄດ້ຈັດການສອບເສັງນັກຮຽນເກັ່ງ ຊັ້ນປະຖົມສຶກສາ, ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ(ປ 5, ມ 4 -ມ7 )ທົ່ວແຂວງ ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວັດທະນາ ໜັ້ນວິໄລ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສາລະວັນ, ມີຄະນະກຳມະການ, ຫ້ອງການສຶກສາທິການ ແລະ ກິລາເມືອງ 8 ເມືອງ, ຄູອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ໃນພິທີ ທ່ານ ວັດທະນາ ໜັ້ນວິໄລ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳຄິດເຫັນເນັ້ນໜັກບາງບັນຫາຕໍ່ກັບນ້ອງນ້ອຍນັກຮຽນທີ່ເປັນຕົວແທນຂອງເມືອງ ແລະ ຄູອາຈານ ທີ່ນຳພາມາສອບເສັງຄັ້ງນີ້ວ່າ: ໃນການສອບເສັງນັກຮຽນເກັ່ງລະດັບແຂວງ ຊັ້ນປະຖົມສຶກສາ ມັດທະຍົມຕອນຕົ້ນ ແລະ ຕອນປາຍ ( ປ5 ມ 4 - ມ 7 ) ນີ້ກໍ່ແມ່ນເພື່ອເປັນການເສີມສ້າງ ແລະ ສົ່ງເສີມນັກຮຽນຜູ້ທີ່ມີຄວາມສະຫວງນມັກທາງດ້ານການຮຽນ ແລະ ພອນສະຫວັນພິເສດໃຫ້ເຂົາເຈົ້າໄດ້ມີໂອກາດພັດທະນາຄວາມຮູ້ສູງຂຶ້ນ, ເພື່ອເປັນການສ້າງປະສົບການ ແລະ ແຂ່ງຂັນການກັນໃນການຈັດການຮຽນ - ການສອນຂອງຄູ ແລະ ນັກຮຽນໃຫ້ມີປະສິດທິພາບສູງ, ທັງເປັນການທົດສອບຄວາມຮູ້, ຄວາມຈື່ຈຳຂອງນັກຮຽນໃຫ້ໄດ້ຕາມເປົ້າໜາຍ, ຄາດໜາຍທີ່ວາງໄວ້, ເປັນການຄັດເລືອກເອົານັກຮຽນເກັ່ງຂັ້ນແຂວງ ປ 5, ມ 4 ແລະ ມ 7 ປະຈໍາສົກຮຽນ 2017 – 2018 ເປັນຕົວແທນໃນແຕ່ລະວິຊາເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດ ທີ່ນະຄອນຫຼວງວຽງຈັນ, ພ້ອມທັງເປັນການປະເມີນການຮຽນຂອງນັກຮຽນ ແລະ ການສິດສອນຂອງຄູອາຈານໃນຊັ້ນມັດທະຍົມຕື່ມອີກ ແລະເລັ່ງໃສ່ 4 ດ້ານຂອງນັກຮຽນຄື: ດ້ານຄວາມຈຳ,ດ້ານຄວາມເຂົ້າໃຈ, ດ້ານການນຳໃຊ້ ແລະ ດ້ານປະດິດສ້າງຄຽງຄູ່ກັບການຕິດຕາມຄວາມສາມາດຂອງນັກຮຽນ ແລະ ການສິດສອນຂອງຄູ.
ການສອບເສັງ ຊັ້ນປະຖົມສຶກສາ ປ 5 ມີຈຳນວນນັກສອບເສັງທັງໜົດ 24 ຄົນ 14 ຄົນ, ເຊິ່ງມີ 3 ວິຊາສອບເສັງຄື: ພາສາລາວ, ຄະນິດສາດ ແລະ ໂລກອ້ອມຕົວ, ສຳລັບຊັ້ນມ 4 - 7 ທົ່ວແຂວງ ມີຈຳນວນນັກສອບເສັງທັງໜົດ 64 ຄົນ, ຍິງ 34 ຄົນ, ວິຊາສອບເສັງມີ 4 ວິຊາຄື: ພາສາລາວ - ວັນນະຄະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ, ຜົນການສອບເສັງໃນຄັ້ງນີ້
ຊັ້ນປະຖົມສຶກສາ ປ5:
ວິຊາ ພາສາລາວ : ອັນດັບທີ 1 ທ້າວ ເດັນ ຄຳຕາ ເມືອງ ຕະໂອ້ຍ
ອັນດັບທີ 2 ນາງ ເມືອງ ຫຼວງໄຊ ເມືອງເລົ່າງາມ
ອັນດັບທີ 3 ນາງ ຂວັນຕາ ແກ້ວສະຫງ່າ ເມືອງ ລະຄອນເພັງ
ວິຊາ ຄະນິດສາດ : ອັນດັບທີ 1 ນາງ ເທີນ ສາຍຕູປົງ ເມືອງ ສະໜ້ວຍ
ອັນດັບທີ 2 ນາງ ມຸກດາພອນ ສີຫາຈັກ ເມືອງ ສາລະວັນ
ອັນດັບທີ 3 ທ້າວ ທອງດີ ວົງຈະເລີນ ເມືອງ ຕຸ້ມລານ
ວິຊາໂລກອ້ອມຕົວເຮົາ: ອັນດັບທີ 1 ນາງ ເພັດສະໜອນ ເພັດມະນີ ເມືອງເລົ່າງາມ
ອັບດັບທີ 2 ນາງ ສຸຕິມາ ແກ້ວກັນຍາ ເມືອງ ວາປີ
ອັນດັບທີ 3 ທ້າວ ເລນນີ ທົງສະອອນ ເມືອງ ສາລະວັນ
ຊັ້ນມ4:
ວິຊາພາສາລາວ - ວັນນະຄະດີ: ອັນດັບທີ 1 ນາງ ສຸກພາພອນ ສິງດອນຖານ ເມືອງເລົ່າງາມ
ອັນດັບທີ 2 ນາງ ນັນທະນາ ສີລາວີ ເມືອງ ສາລະວັນ
ອັນດັບທີ 3 ນາງ ລັດສະໜີ ຈັນທະລັງສີ ເມືອງ ວາປີ
ວິຊາ ຄະນິດສາດ : ອັນດັບທີ 1 ນາງ ເນັຍ ຫຼວງແສງ ເມືອງ ຕຸ້ມລານ
ອັນດັບທີ 2 ທ້າວ ວັນລິສາ ຄຳພາວັນ ເມືອງ ລະຄອນເພັງ
ອັນດັບທີ 3 ທ້າວ ກັນທິຍາ ອົ້ວນັນທາ ເມືອງ ສາລະວັນ
ວິຊາ ຟິຊິກສາດ : ອັນດັບທີ 1 ທ້າວ ນ້ອຍລຳພັນ ພົງສະຫວັນ ເມືອງ ຄົງເຊໂດນ
ອັນດັບທີ 2 ສນ ບຸນທະວີ ສີສະຫວັນ ເມືອງ ສາລະວັນ
ອັນດັບທີ 3 ທ້າວ ຄຳບອນ ສຳລານໄຊ ເມືອງ ລະຄອນເພັງ
ວິຊາ ເຄມີສາດ : ອັນດັບທີ 1 ສນ ເຮັງ ເຮືອງສະຫວັນ ເມືອງ ສາລະວັນ
ອັນດັບທີ 2 ນາງ ເກສອນ ກັດສະປະ ເມືອງ ລະຄອນເພັງ
ອັນດັບທີ 3 ນາງ ນັນທິດາ ພັນທະວົງ ເມືອງ ວາປີ
ຊັ້ນ ມ7 :
ວິຊາພາສາລາວ - ວັນນະຄະດີ: ອັນດັບທີ 1 ນາງ ປາລີນາ ໄຊະລາດ ເມືອງ ສາລະວັນ
ອັນດັບທີ 2 ນາງ ດາຈັນ ໄຊອາສາ ເມືອງຄົງເຊໂດນ
ອັບດັບທີ 3 ນາງ ຈິດຕິພອນ ສອນສະນຸດ ເມືອງ ສາລະວັນ
ວິຊາ ຄະນິດສາດ : ອັນດັບທີ 1 ນາງ ພອນວິໄລ ຄຸນທະວີແສງ ເມືອງ ເລົ່າງາມ
ອັນດັບທີ 2 ທ້າວ ໂອບີ ຄຸນປາກດີ ເມືອງ ຕຸ້ມລານ
ອັນດັບທີ 3 ນາງ ເພັດພິມໜອນ ຄຳພັນທິລາດ ເມືອງ ຄົງເຊໂດນ
ວິຊາ ຟິຊິກສາດ : ອັນດັບທີ 1 ນາງ ພຸດສະໜອນ ສາລິຍະວົງ ເມືອງ ສາລະວັນ
ອັນດັບທີ 2 ທ້າວ ປາຖະໜາ ອານຸວົງ ເມືອງ ຄົງເຊໂດນ
ອັນດັບທີ 3 ທ້າວ ເອກປັນຍາ ແກ້ວບຸນເພັງ ເມືອງ ວາປີ
ວິຊາ ເຄມີສາດ : ອັນດັບທີ 1 ນາງ ຊະກອນ ພົງວິວັດ ເມືອງ ຄົງເຊໂດນ
ອັນດັບທີ 2 ພຣະ ເຕືອງ ພອນວັນ ເມືອງ ສາລະວັນ
ອັນດັບທີ 3 ນາງ ພຸດສະໄໜ ພົມມະວົງສາ ເມືອງ ວາປີ
ນັກຮຽນທີ່ເສັງໄດ້ທີ 1 ໃນແຕ່ລະວິຊາ ຂອງຊັ້ນ ມ4 ແລະມ7 ແມ່ນຈະໄດ້ເປັນຕົວແທນຂອງແຂວງ ເຂົ້າຮ່ວມການສອບເສັງນັກຮຽນເກັ່ງໃນລະດັບຊາດ ທີ່ນະຄອນຫຼວງວຽງຈັນ ໃນຂັ້ນຕໍ່ໄປ. ໃນຕອນທ້າຍພິທີ ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສາລະວັນ ກໍ່ໄດ້ມອບໃບຍ້ອງຍໍພ້ອມດ້ວຍເງິນສົດ ຈຳນວນ 300.000 ກີບໃຫ້ນ້ອງນັກຮຽນທີ່ເສັງໄດ້ອັນດັບ1, ແລະ ຂອງຂວັນຈໍານວນໜຶ່ງໃນນັກຮຽນທີ່ໄດ້ອັນດັບທີ 2, ທີ 3 ແລະ ໃບຢັ້ງຢືນການເຂົ້າຮ່ວມການສອບເສັງຄັ້ງນີ້..
ຂ່າວໂດຍ: ແຫຼງຄຳ ບຸດດາໂຄກ
ອັບຂ່າວໂດຍ: ໂອເລ້ ສິງຂາວເພັດ
สมัครสมาชิก:
บทความ (Atom)