ປະຫວັດການສູ້ຊີວິດຂອງນັກຮຽນເກັ່ງລະດັບຊາດ " ທ້າວ ຈັນແດງ ທອງສະໄຫມ " ນັຮຽນເກັ່ງວິຊາພາສາລາວ ວັນນະຄະດີ
ເຈົ້າຄິດວ່າລາງວັນນັກຮຽນເກັ່ງລະດັບຊາດ “ຫຼາຍ” ຫຼື “ໜ້ອຍ”?
ນີ້ຄືຄວາມຄິດເຫັນ ແລະ ປະສົບການສ່ວນຕົວຂອງຂ້ອຍ ທີ່ໄດ້ໃຊ້ເງິນລາງວັນທີ່ໄດ້ຈາກການເສັງນັກຮຽນເກັ່ງທັງໝົດມາເລີ່ມຕົ້ນຊີວິດນັກສຶກສາຢູ່ ມຊ
ຄໍາວ່າ "ນັກຮຽນເກັ່ງລະດັບຊາດຊາດ" ຟັງເບິ່ງຄືຮູ້ສຶກວ່າຫຍິ່ງໃຫຍ່ ແລະ ມີກຽດຫຼາຍ ແຕ່ວ່າລາງວັນນັ້ນມັນໜ້ອຍຫຼືຫຼາຍນັ້ນແມ່ນຂຶ້ນຢູ່ກັບມຸມມອງຂອງແຕ່ລະຄົນ.

ຂ້ອຍໄດ້ຜ່ານບັ້ນຮົບນັກຮຽນເກັ່ງລະດັບຊາດມາແລ້ວ 2 ເທື່ອ ຄືເມື່ອປີ 2011 ໄດ້ເປັນຕົວແທນຂອງແຂວງຫຼວງນໍ້າທາ ແລະ ປີ 2014 ໄດ້ເປັນຕົວແທນແຂວງຫຼວງພະບາງ (ສະໄໝຮຽນ ປ.5 ເຄີຍຕິດອັບດັບ 1 ຂັ້ນເມືອງ ແຕ່ບໍ່ມີການເສັງຂັ້ນແຂວງ ແລະ ຂັ້ນປະເທດ ເລີຍບໍ່ໄດ້ໄປຕໍ່)
ມ. 7 ເປັນປີທີ່ຂ້ອຍໄດ້ເປັນຕົວແທນນັກຮຽນເກັ່ງສາຍພາສາລາວ-ວັນນະຄະດີ ຂອງແຂວງຫຼວງພະບາງມາເສັງໃນເວທີລະດັບຊາດ ແລະ ຂ້ອຍກໍສາມາດຍາດໄດ້ລາງວັນທີ 2. ລາງວັນທີ່ຂ້ອຍໄດ້ຕອນນັ້ນແມ່ນ 6 ລ້ານກີບ (ກະຊວງສຶກສາໃຫ້ 4 ລ້ານ ແລະ ບໍລິສັດເບຍລາວໃຫ້ 2 ລ້ານ). ຄວາມຮູ້ສຶກໃນຕອນນັ້ນສຸດທີ່ດີໃຈທີ່ໄດ້ຖືກບັນທຶກຊື່ວ່າເປັນນັກຮຽນເກັ່ງລະດັບຊາດ. ໃນຖານະທີ່ຕົນເອງເປັນພຽງເດັກຊົນນະບົດຄົນໜຶ່ງທີ່ພໍ່ແມ່ຕ້ອງໄດ້ຊອກຢືມເງິນນໍາໄທບ້ານເພື່ອສົ່ງເສີມໃຫ້ຮຽນ ຂ້ອຍຄິດວ່າເງິນລາງວັນນັກຮຽນເກັ່ງຄັ້ງນັ້ນມັນຫຼາຍສໍາລັບຂ້ອຍ. ຂ້ອຍຮູ້ສຶກພູມໃຈທີ່ຕົນເອງໄດ້ປະສົບຜົນສໍາເລັດໃນສິ່ງທີ່ຕົນໄຝ່ຝັນ. ຂ້ອຍກັບມາຫຼວງພະບາງພ້ອມລາງວັນ ແລະ ສາຍາ “ນັກຮຽນເກັ່ງລະດັບຊາດ”. ບໍ່ພຽງແຕ່ເທົ່ານັ້ນ, ພະແນກສຶກສາແຂວງຍັງໄດ້ມອບລາງວັນເພີ່ມໃຫ້ອີກ 2,5 ລ້ານ.
ລະດູການເສັງນັກຮຽນເກັ່ງຜ່ານໄປລະດູການເສັງຈົບຊັ້ນກໍເຂົ້າມາ. ຂ້ອຍປະສົບຜົນສໍາເລັດອີກຄັ້ງເມື່ອຜົນສອບເສັງຈົບຊັ້ນຂ້ອຍໄດ້ຄະແນນໃນເກນດີເລີດ ແລະ ໄດ້ຮັບໃບປະກາດແດງ (1 ໃນ 5 ຂອງແຂວງຫຼວງພະບາງ). ຄວາມຮູ້ສຶກມັນໂຄດດີໃຈສຸດໆໄປເລີຍ.
ຫຼັງຈາກຈົບ ມ.7 ສິ່ງທີ່ຕ້ອງຄິດໃນຂັ້ນຕໍ່ໄປກໍຄື “ການຮຽນຕໍ່ໃນລະດັບມະຫາວິທະຍາໄລ”. ເລື່ອງນີ້ເປັນເລື່ອງທີ່ຂ້ອຍຄິດໜັກຫຼາຍເພາະບໍ່ຮູ້ວ່າຊິຮຽນຫຍັງ, ຢູ່ໃສ ແລະ ໃຜຊິສົ່ງຕົນເອງຮຽນ. ຂ້ອຍກັບໄປບ້ານຢູ່ຫຼວງນໍ້າທາ ໄປປຶກສານໍາພໍ່ແມ່ແຕ່ເຂົາກໍບໍ່ສາມາດຕັດສິນໃຈແທນເຮົາໄດ້ ຂ້ອຍຍັງຈື່ຄໍາເວົ້າຂອງພໍ່ຕອນນັ້ນທີ່ວ່າ “ຄັນລູກຊິຮຽນຕໍ່ກໍຮຽນໂລດເຖິງບໍ່ມີພໍ່ແມ່ກໍຊິຊຸກຍູ້ສຸດຄວາມສາມາດ”. ຄໍາເວົ້ານັ້ນເປັນກໍາລັງໃຈທີ່ດີເຖິງຂ້ອຍຮູ້ຢູ່ໃນໃຈແລ້ວວ່າລໍາພັງຊີວິດຄອບຄົວຊູ່ມື້ກໍໍຫາເຊົ້າກິນຄໍ່າຢູ່ແລ້ວ ມັນຄົງຊິເປັນພະລະໃຫຍ່ຫຼວງຖ້າຊິໃຫ້ພໍ່ແມ່ຫາເງິນສົ່ງຕົນເອງຮຽນ. ຂ້ອຍຄິດຫຼາຍບັນຫາຫຼາຍອຸປະສັກໃນການທີ່ຈະໄປຮຽນຕໍ່ ແຕ່ຂ້ອຍກໍເຊື່ອໝັ້ນໃນການສຶກສາ ຂ້ອຍຄິດວ່າຂ້ອຍຕ້ອງສາມາດເອົາຕົວລອດໃຫ້ຮຽນຈົບໄດ້. ຄວາມຮູ້ສຶກໃນໃຈຄອຍເຕືອນຂ້ອຍສະເໝີວ່າ “ຖ້າຄົນທີ່ຂຶ້ນຊື່ວ່ານັກຮຽນເກັ່ງລະດັບຊາດບໍ່ມີປັນຍາຊິຮຽນຕໍ່ຊີວິດກໍຄືຊິໝົດສໍ່ານັ້ນແຫຼະ”. ສຸດທ້າຍ, ຂ້ອຍຕັດສິນໃຈເດັດຂາດວ່າຈະມາຮຽນຕໍ່ຢູ່ ມຊ (ຕອນນັ້ນຂ້ອຍໄດ້ພົວພັນນໍາພະແນກສຶກສາເພື່ອຂໍທຶນມາຮຽນຕໍ່ເປັນທີ່ຮຽບຮ້ອຍແລ້ວ) ຢ່າງໜ້ອຍຂ້ອຍກໍໄດ້ເປັນນັກສຶກສາໃນແຜນ ອາດຈະຮັບມືກັບລາຍຈ່າຍໄດ້ຢູ່). ເມື່ອຕັດສິນໃຈແລ້ວ, ເວລາກໍໝຸນມາຮອດມື້ທີ່ຈະຕ້ອງລົງມານະຄອນຫຼວງ ເຊິ່ງຕອນນັ້ນພໍ່ແມ່ມີເງິນໃຫ້ຕິດຕົວຢູ່ລ້ານປາຍ. ລ້ານປາຍມັນອາດຈະໜ້ອຍແຕ່ພໍ່ແມ່ກໍມີແຕ່ສໍ່ານັ້ນ ຂ້ອຍບອກພໍ່ແມ່ວ່າຢ່າໄປຢືມເງິນນໍາຄົນອື່ນເພື່ອໃຫ້ເອົາມາໃຫ້ລູກໄປຮຽນ. ພໍດີຕອນນັ້ນ ຂ້ອຍກໍມີເງິນຢູ່ໃນບັນຊີຢູ່ 9 ລ້ານປາຍເຊິ່ງເປັນເງິນລາງວັນສອບເສັງນັກຮຽນເກັ່ງທັງໝົດທີ່ຂ້ອຍເກັບສະສົມຕັ້ງແຕ່ຂັ້ນໂຮງຮຽນຮອດລະດັບຊາດ.
ຂ້ອຍມາຮອດວຽງ ມາເຊົ່າຢູ່ນໍາໝູ່ 5 ຄົນ ເປັນນັກຮຽນເກັ່ງນໍາກັນ 4 ຄົນ ແລະ ໝູ່ຂອງໝູ່ອີກ 1 ຄົນ. ພໍແຕ່ມາຢູ່ບໍ່ພໍເທົ່າໃດເດືອນ ຂ້ອຍເລີ່ມຮູ້ສຶກວ່າຊີວິດການເປັນນັກສຶກສາຢູ່ນີ້ມັນຂ້ອນຂ້າງວ່າຕ້ອງໃຊ້ເງິນຫຼາຍກວ່າທີ່ຜ່ານມາ ມີທັງຄ່ານໍ້າ, ຄ່າໄຟ, ຊື້ເຂົ້າປາອາຫານ, ເຄື່ອງຮຽນ, ເຄື່ອງໃຊ້... ອີກຢ່າງຂ້ອຍກໍໄປຮຽນເພີ່ມພາສາອັງກິດອີກ. ຕອນເລີ່ມເຂົ້າມາຮຽນໃໝ່ໆ ຂ້ອຍຮູ້ສຶກວ່າຕົນເອງໂຄດປະຢັດເລີຍ ມາໂຮງຮຽນມື້ໜຶ່ງຈ່າຍເງິນບໍ່ເກີນ 10 ພັນ. ຂ້ອຍມັກເອົາເຂົ້າໃສ່ກ່ອງແລ້ວໄປແລ້ວນັດໝູ່ຊື້ຂອງກິນເຍື່ອງລະ 3 ພັນມາກິນຢູ່ໂຮງຮຽນ ເຊິ່ງບາງມື້ ອາຫານ 3 ແມ່ນ 2-3 ຄົນກິນນໍາກັນ ຖ້າມື້ໃດຊື້ມາ 6 ພັນຖືວ່າຫຼູແລ້ວ. ຂ້ອຍພັກຢູ່ຫ້ອງແຖວນໍາໝູ່ໄດ້ເທີມໜຶ່ງ ໝູ່ 2 ຄົນກໍຊິຍ້າຍໄປເປັນປ້ອງກັນ ເຮັດໃຫ້ໃນຫ້ອງຍັງແຕ່ 3 ຄົນ ແຕ່ອີກຜູ້ໜຶ່ງກໍວ່າຊິຍ້າຍອີກ ຂ້ອຍເລີຍຄິດວ່າບໍ່ໄຫວຄ່າຫ້ອງແນ່ນອນເລີຍຊວນກັນຍ້າຍໝົດ ຂ້ອຍມາຖາມສະໝັກເປັນປ້ອງກັນຢູ່ຄະນະ (ພໍດີເຂົາຮັບ) ແລະ ອີກຄົນກໍຍ້າຍເຂົ້າຫໍພັກໃນ ພໍດີຫຼຸດຜ່ອນເລື່ອງຄ່າຫ້ອງ, ຄ່ານໍ້າ ແລະ ຄ່າໄຟ.
ເວລາຜ່ານໄປ ຂ້ອຍຮູ້ສຶກວ່າຄ່າໃຊ້ຈ່າຍນັບມື້ນັບເພີ່ມຂຶ້ນ ເງິນໃນບັນຊີກໍນັບມື້ນັບຫຼຸດລົງ ຂ້ອຍກໍເລີ່ມກັງວົນວ່າຊິຫາເງິນໄດ້ຈາກໃສ. ພໍຈົບປີ 1 ພໍດີໝູ່ນັກຮຽນເກັ່ງທີ່ເຄີຍພັກນໍາກັນໄດ້ພາໄປເຮັດວຽກນໍາຢູ່ບໍລິສັດຫວຍພັດທະນາ ຂ້ອຍກໍບໍ່ລໍຊ້າທີ່ຈະໄປ. ການເຮັດວຽກກໍໂອເຄຢູ່ ແຕ່ບັນຫາມີຢູ່ວ່າຂ້ອຍບໍ່ມີລົດ ຕ້ອງອາໄສໄປນໍາໝູ່ ອີກຢ່າງຂ້ອຍຮຽນເພີ່ມອີກ ມັນຍາກທີ່ຮອດມື້ຫວຍອອກແລ້ວຂ້ອຍຕ້ອງຄອບຮຽນເພີ່ມໃນຊົ່ວໂມງທີ 2 ເພື່ອໄປວຽກ ໂດຍນັດໃຫ້ໝູ່ມາຮັບ. ຂ້ອຍຕັດສິນໃຈວ່າຊິຊື້ລົດຈັກ ແຕ່ເມື່ອເບິ່ງເງິນແລ້ວ ທັງໝົດທີ່ມີກໍບໍ່ພໍ ຂ້ອຍເລີຍຕັດສິນໃຈຂໍນໍາພໍ່ແມ່ໃສ່ຕື່ມ ແລະ ຄິດວ່າຊິເກັບເງິນໄຊ້ແທນເພີ່ນໃຫ້ໄວທີ່ສຸດ. ຂ້ອຍຮູ້ສຶກຜິດຢູ່ທີ່ຂໍເງິນນໍາພໍ່ແມ່ ເພາະເພີ່ນຕ້ອງໄປຊອກຢືມນໍາພີ່ນ້ອງມາໃຫ້ ແຕ່ຂ້ອຍກໍຈໍາເປັນເພາະບໍ່ມີລົດຂີ່ໄປວຽກ. ຂ້ອຍໄດ້ຊື້ລົດຈັກແລ້ວ ແຕ່ລົດຈັກທີ່ຊື້ເປັນລົດເວບຈີນມືສອງລາຄາຖືກ ຂ້ອຍບອກພໍ່ແມ່ວ່າຂ້ອຍຈະສົ່ງເງິນທັງໝົດຄືນ ພໍປະຕິເສດ ແຕ່ຂ້ອຍກໍສົ່ງຄືນໄປ (ບໍ່ໄດ້ສົ່ງໝົດເພາະພໍ່ຫ້າມ). ປະມານເດືອນໜຶ່ງຫຼືສອງເດືອນຕໍ່ມາຂ້ອຍກໍສົ່ງເງິນໄປອີກເພື່ອໃຫ້ເຂົາຊື້ສັງກະສີໃສ່ຫຼັງຄາເຮືອນ ແຕ່ວ່າບໍ່ໄດ້ປ່ຽນຍ້ອນໄຊ້ໜີ້ຍັງບໍ່ໝົດຈໍາເປັນຕ້ອງໄຊ້ໜີ້ກ່ອນ.
ຂ້ອຍສືບຕໍ່ເຮັດຮຽນທັງ 2 ບ່ອນ ໂດຍຫາເງິນໄປນໍາ. ນອກຈາກເຮັດຢູ່ບໍລິສັດຫວຍ ຂ້ອຍກໍຍັງຮັບຕັດຫຍ້າຢູ່ຄະນະ ແລະກໍເຮັດວຽກປ້ອງກັນເຊັ່ນ ເວນຍາມກາງຄືນ, ປິດເປີດປະຕູ... ເລື່ອງການເງິນຕອນນັ້ນກະພໍໂອເຄຢູ່. ອີກຢ່າງ, ເງິນໃນບັນຊີກໍຍັງພໍຈ່າຍຄ່າຮຽນເພີ່ມຈົນຈົບຢູ່ (ຖ້າບໍ່ຈ່າຍແນວອື່ນ). ອີກຢ່າງ, ໃນປີ 2 ນີ້ຂ້ອຍກໍໄດ້ຮັບທຶນມູນນິທິເບຍລາວອີກ ກໍຖືວ່າໄຄຫຼາຍເຕີບ.
ຊີວິດການຮຽນ ແລະ ການເຮັດວຽກກໍາລັງມາດີ ໂຊກຮ້າຍ ຕົກມາຮອດປີ 3 ຂ້ອຍບໍ່ມີວຽກເຮັດ ເພາະບໍລິສັດຫວຍຫັນເປັນລະບົບອອນລາຍ ແລະ ຕັດຫຍ້າຢູ່ຄະນະກໍບໍ່ໄດ້ຕັດແລ້ວ. ຂ້ອຍຄິດວ່າຊີວິດຕົນເອງພົບວິກິດແລ້ວ ເພາະຮູ້ສຶກວ່າຄາວນັ້ນຈ່າຍເງິນເປືອງຫຼາຍ ຂ້ອຍຈຶ່ງຫາວິທີຊອກເງິນທາງໃໝ່ໂດຍການຮັບວຽກມະຍິກມະຍ່ອຍເຊັ່ນ ຖ່າຍຮູບ, ຖ່າຍວິດີໂອ, ຕັດຕໍ່ວິດີໂອ, ຈັດໜ້າ (ອອກແບບ) ປຶ້ມ, ຮັບຂຽນບົດ (ທົ່ວໄປ) ເຊິ່ງຄອມແມ່ນໃຊ້ຂອງໝູ່ (ອັນນີ້ຂອບໃຈຈາກໃຈ) ສ່ວນກ້ອງກໍຕ້ອງຢືມ ນອກນັ້ນຂ້ອຍກໍຍັງສອນບໍາລຸງກຽມເສັງເຂົ້າ ມຊ (ຊ່ວງກຽມເສັງ)... ເຊິ່ງເປັນວຽກທີ່ດົນໆມີມາເທື່ອໜຶ່ງ ແລະ ລາຍຮັບກໍບໍ່ປານໃດ ແຕ່ກໍພໍຊ່ວຍປະຄອງຊີວິດໄດ້ໜ້ອຍໜຶ່ງ.
ຕອນນີ້ຂ້ອຍຢູ່ປີ 4 ແລ້ວ ການຮຽນ ແລະ ການເຮັດວຽກຂ້ອຍກໍຖືວ່າໂອເຄຢູ່ ຂ້ອຍບໍ່ມີເງິນຫຼາຍ ແຕ່ກໍບໍ່ຂາດເຂີນຈົນເກີນໄປ. ຫຼັງຈາກ ຂ້ອຍຮຽນຈົບພາສາອັງກິດປີກາຍນີ້ ຂ້ອຍກໍໄດ້ອາຊີບເພີ່ມອີກຄືອາຈານສອນພາສາອັງກິດ ເຊິ່ງປັດຈຸບັນກໍຍັງສອນຢູ່. ຂ້ອຍຍັງຄົງຮັບວຽກເຮັດວິດີໂອໂຄສະນາ ແລະ ຮັບຈັດໜ້າປຶ້ມຄືເກົ່າ (ສົນໃຈຕິດຕໍ່ໄດ້). ນອກນັ້ນ, ຂ້ອຍກໍຍັງເຮັດວຽກຊ່ວຍສະມາຄົມພັດທະນາໄວໜຸ່ມຜູ້ດ້ອຍໂອກາດ (ສພວດ) ເປັນວຽກຊ່ວຍສັງຄົມ ເຊິ່ງປະທານສະມາຄົມເພີ່ນກໍຮັກແພງດີ.
ມາຮອດຈຸດນີ້ ຂ້ອຍຄິດທົບທວນວ່າ ຂ້ອຍມາເລີ່ມຕົ້ນຊີວິດໃນ ມຊ ໄດ້ຍ້ອນລາງວັນນັກຮຽນເກັ່ງລະດັບຊາດ ແຕ່ລາງວັນທີໄດ້ມາມັນຍັງໜ້ອຍ ບໍ່ພຽງພໍທີ່ຈະເປັນທຶນຮອນໃຫ້ນັກຮຽນທຸກຍາກຄົນໜຶ່ງມາເລີ່ມຕົ້ນຊີວິດເປັນນັກສຶກສາຢູ່ໃນເມືອງໃຫຍ່. ຂະໜາດວ່າຂ້ອຍທັງປະຢັດ ແລະ ດິ້ນຮົນຫາເງິນຊີວິດກໍຍັງອີລາກອີເລືອ. ແລ້ວຖາມວ່າ ນັກຮຽນເກັ່ງທຸກຄົນເປັນຄົນທຸກຍາກບໍ? ທັດສະນະສ່ວນຕົວຂອງຂ້ອຍຄື “ສ່ວນຫຼາຍ”. ເວົ້າແນວນີ້ບໍ່ແມ່ນເອົາຕົນເອງມາຕັດສິນກວມລວມດອກ ແຕ່ຈາກປະສົບການຈິງທີ່ຂ້ອຍພົບ ແລະ ຈາກຜົນການສອບເສັງນັກຮຽນເກັ່ງລະດັບຊາດແຕ່ລະປີມັນອອກມາປະມານນັ້ນ. ຂ້ອຍຢູ່ກັບສັງຄົມນັກຮຽນເກັ່ງມາ 3 ປີ ຂ້ອຍຮູ້ຈັກຕົນເອງ ແລະ ຮູ້ຈັກໝູ່ຄູ່ວ່າແຕ່ລະຄົນມີເບື້ອງຫຼັງຊີວິດແນວໃດ ແລະ ມີຄວາມໄຝ່ຝັນຄືແນວໃດ. ຕອນຢູ່ຫໍພັກນໍາກັນ ໝີ່ຫໍ່ພັນກີບຫໍ່ດຽວກໍຕົ້ມໃສ່ເຂົ້າກະດ້າງກິນນໍາກັນຮອດ 6 ຄົນ. ບາງຄັ້ງ ເຄື່ອງນຸ່ງຂາດກໍຍັງນຸ່ງ ໝີ່ໝົດກໍຍັງບໍ່ຊື້ ຍ້ອນເກັບເງິນເອົາໄວ້ຊື້ປຶ້ມຕໍາລາທີ່ເຂົາເສັງລະດັບພາກພື້ນ ລະດັບໂລກໃນລາຄາຫຼັກແສນມາຄົ້ນຄວ້າ. ຖ້າໃຜສັງເກດຕິດຕາມ ຈະເຫັນວ່າສ່ວນຫຼາຍຄົນທີ່ເສັງໄດ້ແຕ່ລະປີເປັນຄົນຊົນເຜົ່າມາຈາກເຂດນອກ, ມີຖານະຄອບຄົວບໍ່ຄ່ອຍດີ ... ຄັນບໍ່ແນ່ໃຈວ່າເຂົາທຸກຍາກຫຼືລວຍກໍລອງໄປສໍາພາດ ໂອ້ລົມກັບພວກເຂົາເບິ່ງວ່າກ່ອນພວກເຂົາຈະມາຮອດເວທີນັກຮຽນເກັ່ງລະດັບຊາດເຂົາຜ່ານຫຍັງມາແດ່? ຍົກຕົວຢ່າງຄືປີກາຍປີກ່ອນນີ້ ຫຼາຍຄົນອາດຈະໄດ້ອ່ານ ຫຼື ໄດ້ເບິ່ງບົດສໍາພາດຂອງນ້ອງນັກຮຽນເກັ່ງລະດັບຊາດ 2-3 ຄົນຄື ເຊັ່ນ ທ້າວ ອາຕົ່ງ, ທ້າວ ປໍທໍ່, ທ້າວ ພອນແກ້ວ... ນ້ອງໆເຫຼົ່ານີ້ລ້ວນແຕ່ເປັນຄົນສູ້ຊີວິດ ບາງຄົນກໍຍ່າງໄກ ບາງຄົນກໍຢູ່ຫໍພັກຕູບນ້ອຍໆ ຄອບຄົວບໍ່ມີທຶນຮອນສົ່ງເສີມ... ແຕ່ພວກເຂົາກໍມາຢືນຢູ່ເທິງເວທີລະດັບຊາດ ແລະ ຈະກາຍເປັນອະນາຄົດຂອງຊາດ ເຊິ່ງຂ້ອຍຄິດວ່າເຮົາຄວນສົ່ງເສີມທີ່ສຸດ. ແມ່ນຢູ່ວ່າ ນັກຮຽນເກັ່ງບາງຄົນກໍອາດຈະມີຖານະຄອບຄົວດີແລ້ວ ແລະບໍ່ແນ່ໃຈວ່າລາງວັນເງິນນັ້ນຈະທໍາມະດໍາຫຼືບໍໍ່ ແຕ່ເມື່ອເຮົາຄິດເບິ່ງແລ້ວ ເມືື່ອເຂົາຕັ້ງໃຈບຸກບືນຮໍ່າຮຽນມາຈົນມາເປັນນັກຮຽນເກັ່ງລະດັບຊາດ ເຂົາກໍຄວນຈະໄດ້ຮັບລາງວັນທີ່ຫຼາຍເຊັ່ນກັນ. ຂ້ອຍເຊື່ອວ່າລາງວັນທີ່ໃຫ້ກັບຄົນທີ່ມີຄວາມຮູ້ຄວາມສະຫຼາດຈະບໍ່ມີວັນເສຍເປົ່າ ເຖິງນັກຮຽນຄົນນັ້ນຄົນນັ້ນຈະທຸກຫຼືຮັ່ງ ເຂົາກໍຈະບໍ່ໃຊ້ເງິນໄປໃນທາງທີ່ບໍ່ເປັນປະໂຫຍດຢ່າງແນ່ນອນ.
ທີ່ເວົ້າມາທັງໝົດຄືຢາກໃຫ້ກະຊວງສຶກສາເພີ່ມເງິນລາງວັນນັກຮຽນເກັ່ງຫຼືບໍ? ຄໍາຕອບຄື ຖ້າມີຄວາມສາມາດເພີ່ມໄດ້ກໍເປັນການດີ ແຕ່ຄິດວ່າທາງຜູ້ໃຫຍ່ເພີ່ນກໍຄືຊິຄິດພໍແຮງແລ້ວລະເລື່ອງນີ້. ເຮົາທຸກໄດ້ຍິນລື້ງຫູແລ້ວວ່າ ການສຶກສາເປັນກຸນແຈ ການສຶກສາຕ້ອງມາກ່ອນວຽກງານອື່ນ ແຕ່... ໃນຄວາມຮູ້ສຶກຂ້ອຍ ສັງຄົມຍັງບໍ່ມີສ່ວນຮ່ວມຫຼາຍເທົ່າທີ່ຄວນໃນວຽກງານການສຶກສາ. ຖ້າປຽບທຽບ ລາງວັນຂອງການເສັງນັກຮຽນເກັ່ງບໍ່ຫຼາຍເທົ່າກັບເວທີການແຂ່ງຂັນອັນອື່ນຊໍ້າ. ເວທີການປະກວດນາງງາມໄດ້ລາງວັນຫຼາຍກວ່າ ເຫດຜົນຍ້ອນມີຜູ້ສະໝັບສະໜູນ... ແລ້ວເປັນຫຍັງຄືບໍ່ມາສະໜັບສະໜູນນັກຮຽນເກັ່ງໃຫ້ຫຼາຍລະ? ມັນຈະເປັນການດີທີ່ສຸດຫາກຫຼາຍພາກສ່ວນທັງພາກລັດ, ເອກະຊົນ ແລະ ບຸກຄົນ ມີສ່ວນຮ່ວມສົ່ງເສີມການສຶກສານໍາກັນ. ຕອນນີ້ຂ້ອຍຄິດວ່າ ມັນເປັນໄປໄດ້ບໍ່ທີ່ທາງກະຊວງສຶກສາຈະມີກອງທຶນໜຶ່ງຂຶ້ນມາເພື່ອສົ່ງເສີມນັກຮຽນເກັ່ງ (ຫຼືມີແລ້ວ?) ອາດຈະໃຊ້ຮູບແບບການລະດົມທຶນບໍລິຈາກນໍາບັນດາສໍານັກງານອົງການ, ບໍລິສັດ, ບຸກຄົນ ແລະ ນິຕິບຸກຄົນໃນສັງຄົມ. ຂ້ອຍເຊື່ອວ່າຄົນມີນໍ້າໃຈໃນສັງຄົມລາວມີຫຼາຍ ບັນດາບໍລິສັດໃຫຍ່ໆກໍມີຫຼາຍ ຄັນພາກັນຫຼຽວມາເບິ່ງໃນຈຸດນີ້ ແລະ ຊ່ວຍກັນຊຸກຍູ້ສົ່ງເສີມ ບໍ່ສະເພາະແຕ່ລະດັບຊາດດອກ ລະດັບອື່ນກໍເຊັ່ນດຽວກັນ. ເມື່ອລາງວັນສູງຂຶ້ນມັນໜ້າຈະເປັນແຮງຊຸກດັນໃຫ້ນັກຮຽນມີກໍາລັງແຮງໃຈແຂ່ງຂັນກັນຮຽນຫຼາຍຂຶ້ນ ແລະ ລາງວັນນັ້ນມັນຈະສາມາດເປັນທຶນຮອນສົ່ງເສີມໃຫ້ຄົນເກັ່ງໄດ້ເດີນຕາມຄວາມໄຝ່ຝັນຂອງເຂົາເຈົ້າຕໍ່ໄປໄດ້.
ນີ້ເປັນພຽງປະສົບການ ແລະ ແນວຄວາມຄິດສ່ວນຕົວເທົ່ານັ້ນເດີ ຖ້າຜິດພາດປະການໃດກໍຂໍໂທດຂໍອະໄພນໍາ. ຖ້າໃຜຫາກມີຄວາມຄິດເຫັນແນວໃດ ຫຼື ມີປະສົບການຢາກແລກປ່ຽນກໍາສາມາດແລກປ່ຽນນໍາກັນຢູ່ຄອມເມັນເດີ...
ວ່າຊິບໍ່ຂຽນຍາວລະ ແຕ່ພິມໄປລະມີແນວເວົ້າຫຼາຍ (ແຕ່ກໍາຈັດອອກເຄິ່ງໜຶ່ງລະ) ແຮ່ງວ່າຄົນລາວບໍ່ມັກອ່ານາ

ไม่มีความคิดเห็น:
แสดงความคิดเห็น